Availability: In Stock
Product Code: 560BS
Brand: Lumimi
ຊຸດປັບສະລີລະທີ່ດີທີ່ສຸດ ຄື ກຸນແຈສໍາຄັນໄຂຄວາມລັບຂອງຮູບຮ່າງທີ່ສົມບູນແບບ
ດ້ວຍຄວາມຕັ້ງໃຈໃນການຖ່າຍທອດເຄັດລັບການມີສັດສ່ວນມາດຕະຖານທອງຄຳ ໂດຍຜູ້ຊ່ຽວຊານດ້ານການປັບສະລີລະ ປະສົບການຍາວນານກວ່າ 26 ປີ ຂອງຜະລິດຕະພັນ Lumimi ທ່ານຈະພົບຄວາມປ່ຽນແປງທີ່ໜ້າເພິ່ງພໍໃຈ, ໃຊ້ເວລາທີ່ສັ້ນຄົ້ນຄິດ ແລະ ອອກແບບໃຫ້ສອດຄ່ອງກັບຫຼັກສະລີລະສາດໂດຍສະເພາະເມື່ອຮ່າງກາຍມີການເຄື່ອນໄຫວ ບໍ່ວ່າຈະໝຸນໂຕ ຫຼື ໂຄ້ງໂຕ ເສັ້ນໃຍ Roica ກໍ່ຍັງໃສ່ແນບຕິດຕົວ ນຸ້ມເບົາ ສວມໃສ່ສະບາຍ
Roica ເປັນເສັ້ນໃຍວິທະຍາສາດ ມີຄວາມລະອຽດ ແລະ ຍືດຍຸ່ນສູງ 420 DEN ຖືວ່າເປັນວັດສະດຸເສັ້ນໃຍທີ່ດີທີ່ສຸດໃນວົງການຊຸດປັບສະລີລະ ທັກທໍແບບ 3 ມິຕິ 6 ຫຼ່ຽມ ຂະນະທີ່ສວມໃສ່ຈະຊ່ວຍໃຫ້ມີແຮງປະຄອງກະຈາຍເທົ່າກັນ ທົ່ວທັງຜືນຜ້າ ຊ່ວຍກະຕຸ້ນການເຮັດວຽກຂອງໂມເລກູນກ້ອງຜິວໜັງ ປັບຮູບຮ່າງໃຫ້ໄດ້ສັດສ່ວນທີ່ສວຍງາມ ແລະ ສຸຂະພາບທີ່ດີ ຊຶ່ງແຕກຕ່າງຈາກເສັ້ນໃຍທີ່ຍືດຍຸ່ນທົ່ວໄປ ແລະ ດ້ວຍຄຸນສົມບັດພິເສດ ນຸ້ມເບົາ ສວມໃສ່ສະບາຍເຮັດໃຫ້ ເໝາະກັບການດຳເນີນຊີວິດຂອງຜູ້ຍິງໃນຍຸກປະຈຸບັນ.
3D BRA-SUIT (ບຮາສູດ 3 ມິຕິ)
ເປັນລາຍທຳອິດຂອງໂລກ
ທີ່ຜະລິດບຣາເຊຍທີ່ສາມາດຄວບຄຸມສະລີລະໄດ້ທົ່ວທັງຮ່າງກາຍ
ທັງຍັງໄດ້ຮັບລິຂະສິດຈາກຫຼາຍປະເທດ
1. ດີຊາຍຄັບແບບ ¾ ຊົງ
ຕັດຫຍິບຢ່າງປະນີດເຖິງ 4 ຊັ້ນ
2. ຕັດຫຍິບເປັນຮູບ 3 ມິຕິ ໃຫ້ໜ້າເອິກມົນກົມຕາມທຳມະຊາດ
3. ໃຊ້ໂຄງເຫຼັກອ່ອນທີ່ແປລຽບ ໃຫ້ຄວາມຮູ້ສຶກສະບາຍຕອນສວມໃສ່
4. ອອກແບບເພີ້ມແຖບໂຄ້ງ 180 ອົງສາ ທີ່ດ້ານຂ້າງເພື່ອເອິກຊິດກັນຍົກເອິກຕັ້ງ
5. ໜ້າທ້ອງດ້ານໜ້າຕັດຫຍິບດ້ວຍຜ້າ 4 ຊັ້ນ ຊ່ວຍຄວບຄຸມໜ້າທ້ອງໃຫ້ແປລຽບ
6. ສາມາດປັບສາຍບ່າໄຂ່ວກາກະບາດໄດ້
7. ດ້ານຫຼັງອອກແບບວ້າວເລິກເປັນຮູບຕົວ U ໃຫ້ຮູບຊົງເອິກທີ່ຄົງທີ່
8. ອອກແບບຕະຂໍ ແລະ ແອວຢາງຢືດອອກຈາກກັນ
ເພື່ອປັບຂະໜາດລຳໂຕແຕ່ຍັງຄົງປະສິດທິພາບຂອງບຣາເຊຍ ແລະ ສະເຕຢູ່ໃນໂຕດຽວກັນ
9. ອອກແບບຈິສະຕິງ ບົ່ງບອກສະເໜ່ຂອງຜູ້ຍິງ
ເຊິ່ງສາມາດປັບຄວາມຍາວໄດ້ ເປົ້າ ຕັດຫຍິບດ້ວຍຜ້າຕາໜ່າງ
ຊ່ວຍລະບາຍອາກາດປ້ອງກັນຄວາມອັບຊື້ນເພື່ອສຸຂະພາບອານາໄມທີ່ດີ